09/01/2026
ຂອບໃຈຫລາຍໆເດີ.
5. LONG Pizza Thailand 🍕
ໃຜວ່າອາຫານບໍ່ແມ່ນສິລະປະ? ການເບິ່ງເພິ່ນເຮັດພິຊຊ່າເຕົາຟືນແບບຄຣາຟ (Craft) ທີ່ລະມຽດລະໄມໃນທຸກຂັ້ນຕອນ ມັນຄືການເສບງານສິລະປະຢ່າງໜຶ່ງ. ລົດຊາດທີ່ກົມກ່ອມ ແລະ ບັນຍາກາດຮ້ານທີ່ "Cozy" ຈະເຮັດໃຫ້ເຮົາຮູ້ສຶກຜ່ອນຄາຍ ແລະ ມີຄວາມສຸກກັບສິ່ງເລັກໆນ້ອຍໆຫຼັງຈາກທີ່ເຮົາເລາະຂອນແກ່ນໝົດມື້ແລ້ວ
ນອກຈາກ ພິດຊ່າ ແລ້ວ, LONG PIZZA THAILAND ຍັງເສີບເມນູອື່ນໆອີກ ບໍ່ວ່າຈະເປັນສະປາເກັດຕີ ຫຼື ສະຫຼັດ ລວມທັງເຄື່ອງດື່ມທີ່ຫຼາກຫຼາຍ (ລັກຊິ່ມວ່າມີເມນູຄັອກເທວເສີບນຳ).
ຈຸດເດັ່ນຂອງຮ້ານນີ້ແມ່ນ ເປັນທຸລະກິດຈາກລາວທີ່ມາເປີດຢູ່ຂອນແກ່ນ ແລະ ໄດ້ຮັບການຕອບຮັບທີ່ດີ ລວມເຖິງການເປັນຮ້ານອາຫານຈາກລາວທີ່ບໍ່ໄດ້ມາຂາຍອາຫານລາວ ແຕ່ຂາຍອາຫານອິຕາລີ ກໍຍິ່ງກາຍເປັນຈຸດທີ່ຖືກກ່າວເຖິງໄປຕື່ມອີກ.
✨ ຄວາມ Craft: ເຮົາາສາມາດເລືອກນັ່ງທີ່ໂຊນເຄົາເຕີ້ ເພື່ອເບິ່ງ Chef ເຮັດພິດຊ່າໄດ້ແບບໃກ້ຊິດ. ການໄດ້ເຫັນຄວາມຕັ້ງໃຈໃນການແຕ່ງໜ້າພິດຊ່າແຕ່ລະຖາດ ຈະເຮັດໃຫ້ເຈົ້າຮູ້ສຶກວ່າ "ອາຫານຄືສິລະປະ" ຢ່າງແທ້ຈິງ.
LONG PIZZA THALAIND ຕັ້ງຢູ່ ຖະໜົນຊວນຊື່ນ ຕຳບົນໃນເມືອງ ອຳເພີເມືອງຂອນແກ່ນ
ເປີດທຸກມື້ ຕັ້ງແຕ່ 12:00 ໂມງ ຫາ 22:00 ໂມງ
#ມ່ວນຊວນໄປ