29/08/2026
ຊ່ວງຫຼັງເຂົ້າຈີ່ sourdough ເລີ່ມມີຄວາມນິຍົມຫຼາຍຂື້ນ, ສ່ວນຫຼາຍຈະຂາຍກັນໃນຮູບແບບ classic loaf ທີ່ເປັນກ້ອນກົມ.
ຮ້ານພວກເຮົາເລີ່ມເຮັດເຂົ້າຈີ່ sourdough sandwich bread ຕັ່ງແຕ່ 2019 ເຊິ່ງເປັນເຂົ້າຈີ່ sourdough ທີ່ເປັນຮູບແຊນວິດສີ່ຫຼຽມເພື່ອໃຫ້ທຸກແຊນວິດມີຂະໜາດເທົ່າກັນ, ແລະ ຈະເປັນເຂົ້າຈີ່ທີ່ເນື້ອແໜ້ນ ແລະ ມີຮູນ້ອຍກວ່າ sourdough ແບບ classic ເພື່ອເວລາປີ້ງແຊນວິດ ຊີສແລະຊ໊ອດຕ່າງໆຈະບໍ່ເຮ່ຍອອກ.
ນິຍາມຂອງຄໍາວ່າ sourdough ໝາຍເຖິງການນໍາໃຊ້ເຊື້ອລາ ຫຼື yeast ທໍາມະຊາດເພື່ອຊ່ວຍໃນການເຮັດໃຫ້ແປ້ງເຂົ້າຈີ່ຟູ ແລະ ຍັງໃຫ້ລົດຊາດສົ້ມ, ມີຄວາມເປັນເອກະລັກ ແລະ ເນື້ອສໍາພັດທີ່ໜຽວນຸ້ມ ແລ້ວແຕ່ສັດສ່ວນນໍ້າແລະປະເພດແປ້ງທີ່ໃຊ້.
ລູກຄ້າທ່ານໃດສົງໃສວ່າທາງຮ້ານບໍ່ໄດ້ເຮັດ sourdough ແທ້ ທ່ານສາມາດສອບຖາມທາງຄົວໄດ້ ພວກເຮົາຍິນດີນໍາທ່ານທົວການເຮັດເຂົ້າຈີ່ໃນຮ້ານເຮົາ.
(ໃນຮູບແມ່ນເຂົ້າຈີ່ sourdough sandwich ທີ່ເຮົາອົບແລ້ວກຽມເຂົ້າຈັກຊອຍ, ຮູບແຊນວິດທີ່ປິ້ງແລ້ວ ແລະ ຮູບເຊື້ອລາ starter ທີ່ເກື່ອໄວ້ 2 ຊົ່ວໂມງ ພ້ອມປະສົມເຂົ້າໃນສູດເຂົ້າຈີ່.)