Lex & Dee Coffee

Lex & Dee Coffee Lex & Dee Coffee ເປັນຮ້ານຂາຍກາເຟທົ່ວໄປ ແລະ ຍັງ

02/09/2026

ສ້າງຄວາມໂປ່ງໃສ ໃນການນຳພາທີ່ເຂັ້ມແຂງຂອງພັກ-ລັດ ເພື່ອຄວາມຍືນຍົງຂອງລະບອບປະຊາທິປະໄຕປະຊາຊົນ
ໂດຍ:ຜາຕຸງ

ເຮົາຮັບຮູ້ດີແລ້ວນໍວ່າ: ພະຍາດ ອາດຍາສິດ, ການສໍ້ລາດບັງຫຼວງ, ປາກົດການຫຍໍ້ທໍ້ ແລະ ການຟຸມເຟືອຍທີ່ເກິດຂຶ້ນໃນກົງຈັກ ການຈັດຕັ້ງ ພັກ-ລັດ ແລະ ສັງຄົມ ໃນປັດຈຸບັນພວມເປັນຈຸດສົນໃຈຂອງ ປະຊາຊົນ, ເປັນສິ່ງທ້າທາຍຕໍ່ການນຳພາຂອງພັກ. ການຄຸ້ມຄອງລັດ ແລະ ເປັນສິ່ງກີດຂວາງການພັດ ທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຍ້ອນແນວນັ້ນ ມັນຈຶ່ງມີຄວາມສຳຄັນຢ່າງພາວະວິໃສ ແລະ ຮີບດ່ວນ ເພື່ອສ້າງບາດກ້າວ ບຸກທະລຸໃນການສ້າງຄວາມໂປ່ງໃສ ໃນການນຳພາທີ່ເຂັ້ມແຂງຂອງພັກ ການຄຸ້ມຄອງທີ່ສັກສິດຂອງລັດ ເພື່ອຄວາມຍືນຍົງຂອງລະບອບປະຊາທິປະໄຕປະຊາຊົນ.

ທັດສະນະຊີ້ນຳຂອງພັກເຮົາຕໍ່ທຸກພາກສ່ວນ ໂດຍສະເພາະແມ່ນໃນຖັນແຖວ ພັກ ແລະ ລັດເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ມີຜົນເປັນປະຈັກຕາ ໃນການສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ ຊຶ່ງວຽກງານນີ້ເປັນໜ້າທີ່ ແລະ ຄວາມຮັບຜິດຊອບໂດຍກົງຂອງ ຄະນະພັກ ພະນັກງານການນຳທຸກຂັ້ນ ຄືຖັນແຖວສະມາຊິກພັກ ພະນັກງານ ທະຫານ ຕຳຫຼວດ ໃນທຸກລະດັບ ແລະ ທຸກພາກສ່ວນຕ້ອງເປັນເຈົ້າການຕ້ານ, ແກ້ໄຂໃຫ້ເຂັ້ມງວດ ແລະ ເດັດຂາດ; ສ່ວນການສະກັດກັ້ນ, ຕ້ານ ແລະ ແກ້ໄຂການສໍ້ລາດບັງຫຼວງ ແມ່ນໜ້າທີ່ຄວາມຮັບຜິດຊອບໂດຍກົງ ທັງເປັນໜ້າທ່ີສຳຄັນຮີບດ່ວນ, ຍາວນານຂອງການຈັດຕັ້ງພັກ-ລັດ ແລະ ທົ່ວສັງຄົມ, ຖ້າມີການລະເມີດ ຕ້ອງຕ້ານ, ແກ້ໄຂຢ່າງທັນການ, ເດັດຂາດໂດຍບໍ່ມີເຂດຫວງຫ້າມ ແລະ ບໍ່ມີຂໍ້ຍົກເວັ້ນ; ການສະກັດກັ້ນ,ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ການຈັດຕັ້ງພັກ-ລັດແຕ່ລະຂັ້ນຕ້ອງຍົກສູງຄຸນທາດກາານເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ກຳແໜ້ນການເຄື່ອນໄຫວປະຕິບັດໜ້າທີ່, ການດຳລົງຊີວິດ ຂອງສະມາຊິກພັກ, ພະ ນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພົນລະເມືອງໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ; ການສະກັດກັ້ນ,ຕ້ານ ແລະ ແກ້ໄຂການຟຸມເຟືອຍ ການຈັດຕັ້ງພັກ-ລັດ ແລະ ທົ່ວສັງຄົມ ຕ້ອງເປັນເຈົ້າການບຸກທະລຸດ້ານແນວຄິດໃນການປພະຕິບັດນະໂຍບາຍປະຫຍັດ ແລະ ຕ້ານການຟຸມເຟືອຍ ໃຫ້ເປັນຮູບປະທຳ ມີການປ່ຽນແປງທີ່ຕັ້ງໜ້າ.

ດັ່ງນັ້ນ ໃນມາດຕະການຈັດຕັ້ງປະຕິບັດ ເພື່ອໃຫ້ຮັບປະກັນຜົນສຳເລັດໃນການຈັດຕັ້ງປະຕິບັດນັ້ນ ແນວທາງຂອງພັກໄດ້ ເນັ້ນໃຫ້ ຄະນະພັກ ອົງການລັດ ແຕ່ລະຂັ້ນ ຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິຄຳສັ່ງຂອງຂັ້ນເທິງໃຫ້ກວ້າງຂວາງ ເລິກເຊິ່ງ ແລະ ທົ່ວເຖິງ ພ້ອມທັງຜັນຂະຫຍາຍເປັນທິດທາງ, ແຜນການ, ແຜນງານ, ໂຄງການ, ລະບຽບການ ຂອງຂະແໜງການ, ທ້ອງຖິ່ນຕົນ ພ້ອມທັງນຳພາຈັດຕັ້ງປະຕິບັດຕົວຈິງໃຫ້ຖືກຕ້ອງ,ເຂັ້ມງວດ ແລະ ມີປະສິດທິຜົນ.

ການຈັດຕັ້ງຂອງພັກ-ລັດ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ,ບັນດາອົງການຈັດຕັ້ງມະຫາຊົນທຸກຂັ້ນ, ສື່ມວນຊົນ ແລະ ພົນລະເມືອງ ຕ້ອງເປັນເຈົ້າການເຂົ້າຮ່ວມສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ປາກົດການຫຍໍ້ທໍ້ ແລະ ການຟຸມເຟືອຍຢ່າງແຂງແຮງ ກວ້າງຂວາງ, ເພີ່ມທະວີຄວາມຮັບຜິດຊອບ ການນຳພາ-ຊີ້ນຳ ຂອງຄະນະພັກທຸກຂັ້ນ ຕໍ່ການສະກັດກັ້ນຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ປາກົດການຫຍໍ້ທໍ້ ແລະ ການຟຸມເຟືອຍ ໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມໃຫ້ແທດເຖິງ, ເປັນປົກກະຕິ, ເປັນຄວາມຮັບຜິດຊອບການເມືອງໂດຍກົງຂອງ ເລຂາພັກ ແລະ ປະທານຄະນະກຳມະການປົກຄອງແຕ່ລະຂັ້ນ.

ສຳຄັນ ລັດຖະບານ ແລະ ກະຊວງ-ອົງກາານທີ່ກ່ຽວຂ້ອງໃຫ້ສ້າງ ແລະ ປັບປຸງນິຕິກຳສະເພາະໃນແຕ່ລະຂະແໜງການໃຫ້ລະອຽດ, ຄົບຖ້ວນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ ອົງການກວດກາພັກ ກວດກາແຫ່ງລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງແຕ່ລະຂັ້ນ ທັງສູນກາງ ແລະ ທ້ອງຖິ່ນເປັນເຈົ້າການຕິດຕາມ ຊຸກຍູ້ ກວດກາ ສະຫຼຸບຕີລາຄາ ແລະລາຍງານຜົນການຈັດຕັ້ງປະຕິບັດຕໍ່ຂັ້ນເທິງຂອງຕົນເພື່ອຊາບ ແລະ ໃຫ້ທິດຊີ້ນຳໃນແຕ່ລະໄລຍະ.

https://laophattananews.com/257883/
#ໜັງສືພິມລາວພັດທະນາ #ບົດຄວາມ #ຜາຕຸງ
_______________@______________
ສະໜັບສະໜູນຂ່າວໂດຍ: ມິຣິນດ້າ ກິ່ນສະຕໍເບີຣີ ສະໄຕເກົາຫລີ
_______________@_______________
ຂ່າວອື່ນໆ >> www.laophattananews.com
Youtube: www.youtube.com/channel/UCfSwYXQ8r6NOMO_vlp7bZYw
Twitter: https://X.com/laophattana
Whatsapp: https://whatsapp.com/channel/0029Va9dcYjHFxPArwc63g17
Tiktok: https://www.tiktok.com/
ສົນໃຈລົງໂຄສະນາໂທ: 020 9999 7139
ຕິດຕໍ່ຫານັກຂ່າວໂທ: 020 2345 0088

02/09/2026
17/08/2026

ຕອນບ່າຍວັນທີ 13 ສິງຫາ 2026 ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບໍລິສັດ ລາວ-ລີ້ຕູ້ ມາຍນີ້ງ ຈຳກັດ ໄດ້ມີພິທີຮ່ວມລົງນາມ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ ພັດທະນານິຄົມອຸດສາຫະກຳ ວຽງຈັນ-ລີ້ຕູ້ ຢູ່ເຂດ ບ້ານນາທາມ, ບ້ານພ້າວ, ບ້ານໜອງດົງ ແລະ ບ້ານດອນໄຮ່, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ. ຕາງໜ້າລັດຖະບານ ລົງນາມໂດຍ ທ່ານ ປອ. ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຕາງໜ້າບໍລິສັດລົງນາມໂດຍ ທ່ານ ຫູເຈົາເວິນ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ-ລີ້ຕູ້ ມາຍນີ້ງ ຈຳກັດ ໂດຍຊ່ອງໜ້າການເຂົ້າຮ່ວມເປັນສັກຂີ່ພະຍານຂອງ ຄະນະນຳກະຊວງອຸດສາຫະກຳ ແລະ ການຄ້າ, ນະຄອນຫຼວງວຽງຈັນ ແລະ ບໍລິສັດ ພ້ອມພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຫູເຈົາເວິນ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ-ລີ້ຕູ້ ມາຍນີ້ງ ຈຳກັດ ໄດ້ກ່າວວ່າ: ໂຄງການດັ່ງກ່າວ ເປັນໂຄງການລົງທຶນຂອງພາກທຸລະກິດເອກະຊົນ ລາວ ແລະ ຕ່າງປະເທດ ຊຶ່ງ ເປັນໂຄງການທີ່ນໍາໃຊ້ດິນຂອງບໍລິສັດເອງ ໃນເນື້ອທີ່ 307 ເຮັກຕາ ຢູ່ເຂດເມືອງປາກງື່ມ, ນະຄອນຫຼວງ ວຽງຈັນ. ການພັດທະນາຈະແບ່ງເປັນ 3 ເຂດ ຄື: ເຂດ A ມີເນື້ອທີ່ 153 ເຮັກຕາ, ຕັ້ງຢູ່ບ້ານນາທາມ ແລະ ບ້ານພ້າວ ເປັນເຂດອຸດສາຫະກຳປຸງແຕ່ງແຮ່ທາດ ແບບຕ່ອງໂສ້ການຜະລິດ ແລະ ອຸດສາຫະກຳປຸງແຕ່ງອື່ນໆ ເປັນຕົ້ນ ໂຮງງານປຸງແຕ່ງແຮ່ທາດ, ສາງເກັບວັດຖຸດິບ, ອ່າງບຳບັດນໍ້າເປື້ອນ ແລະ ສະຖານີໄຟຟ້າ. ເຂດ B ມີເນື້ອທີ່ 100 ເຮັກຕາ, ຕັ້ງຢູ່ບ້ານໜອງດົງ ເປັນເຂດການຜະລິດອຸດສາຫະກຳປຸງແຕ່ງຜົນຜະລິດກະສິກຳ ເຊັ່ນ: ສູນຄັດແຍກຜະລິດຕະພັນ, ໂຮງງານປຸງແຕ່ງຜະລິດຕະພັນກະສິກຳ, ສະ ຖານີໄຟຟ້າ ແລະ ອ່າງບຳບັດນໍ້າເປື້ອນ. ແລະ ເຂດ C ມີເນື້ອທີ່ 54 ເຮັກຕາ, ຕັ້ງຢູ່ບ້ານດອນໄຮ່ ເປັນເຂດບໍລິການ ເປັນຕົ້ນ ຫ້ອງການບໍລິຫານ , ສາງສິນຄ້າ ແລະ ຫໍພັກຂອງພະນັກງານ.

ທ່ານ ປອ. ບຸນເພັງ ສີບຸນເຮືອງ ຫົວໜ້າກົມອຸດສາຫະກຳປຸງແຕ່ງ ໃຫ້ຮູ້ວ່າ: ໂຄງການພັດທະນານິຄົມອຸດສາຫະກຳ ວຽງຈັນ-ລີ້ຕູ້ ເປັນໂຄງການໜຶ່ງ ທີ່ສະແດງໃຫ້ເຫັນເຖິງໝາກຜົນຂອງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງລັດຖະບານ ເວົ້າລວມ, ເວົ້າສະເພາະ ແມ່ນການປະຕິບັດຕາມດຳລັດວ່າດ້ວຍນິຄົມອຸດສາຫະກຳ ສະບັບເລກທີ 313/ລບ, ລົງວັນທີ 06 ມີນາ 2025 ຊຶ່ງໂຄງ ການນີ້ ເປັນໂຄງການທີ່ 6 ທີ່ໄດ້ເຊັນ MOU ສຶກສາຄວາມເປັນໄປໄດ້ ໃນການພັດທະນານິຄົມອຸດສາຫະກຳພາຍຫຼັງທີ່ລັດຖະບານ ໄດ້ອອກດຳລັດ ດັ່ງກ່າວ. ໄລຍະສຶກສາຈະໃຊ້ເວລາ 24 ເດືອນ. ພາຍຫຼັງໂຄງການສໍາເລັດ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10 ພັນຄົນ, ຈະສ້າງລາຍຮັບໃຫ້ແກ່ປະຊາຊົນໃນທ້ອງຖິ່ນໂຄງການຕັ້ງຢູ່.

ພາບ-ຂ່າວ: ວຽງສະຫວັນ ປຣະດິດ
ບັນນາທິການຂ່າວສານ ອຄ

ຂໍເຮັດເທ້ໆນຳໝູ່ຈັກບາດກ່ອນ ຢ່າວ່າກັນເດີ😄
17/08/2026

ຂໍເຮັດເທ້ໆນຳໝູ່ຈັກບາດກ່ອນ ຢ່າວ່າກັນເດີ😄

26/07/2026

Address

Saphangmor Village
Vientiane

Telephone

+8562077610572

Website

Alerts

Be the first to know and let us send you an email when Lex & Dee Coffee posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share