Caclao Chocolate Laos

Caclao Chocolate Laos Contact information, map and directions, contact form, opening hours, services, ratings, photos, videos and announcements from Caclao Chocolate Laos, Cafe, ໜ້າວັດອົງຕື້, Vientiane.

ເລື່ອງ: "ລາຍຂາວ ເທິງຊ໋ອກໂກ່ແລັດບາ" ລາຍສີຂາວ ທີ່ຢູ່ໃນຮູບເບື້ອງຂວາ ມັນຄື ນ້ຳມັນໂກ່ໂກ້ທີ່ລວມໂຕກັນ ເຮັດໃຫ້ເກີດເປັນລາຍສີຂາວ. ...
12/10/2022

ເລື່ອງ: "ລາຍຂາວ ເທິງຊ໋ອກໂກ່ແລັດບາ"

ລາຍສີຂາວ ທີ່ຢູ່ໃນຮູບເບື້ອງຂວາ ມັນຄື ນ້ຳມັນໂກ່ໂກ້ທີ່ລວມໂຕກັນ ເຮັດໃຫ້ເກີດເປັນລາຍສີຂາວ. ສິ່ງນີ້ບໍ່ອັນຕະລາຍຕໍ່ສຸຂະພາບ ພຽງແຕ່ເຮັດໃຫ້ລົດຊາດຂອງຊ໋ອກໂກ່ແລັດບາ ບໍ່ເທົ່າກັນ.

ສາເຫດເກີດໄດ້ຍ້ອນ:
1. ໂກ່ໂກ້ລິຄວິດ ມີອຸນຫະພູມສູງກວ່າ 30 ອົງສາ ໃນຂະນະຂຶ້ນພິມ.
2. ຊ໋ອກໂກ່ແລັດບາ ຖືກນຳອອກມາຢູ່ອຸນຫະພູມສູງກວ່າ 23 ອົງສາ ເຮັດໃຫ້ຊ໋ອກໂກແລັດບາເປື່ອຍ ແລະ ນຳກັບໄປແຊ່ເຢັນຄືນ

Cr:Manoachocolate.com
#ຄວາມຮູ້ໂກ່ໂກ້

05/10/2022

ທາດແທ້ຂອງຄົນມັນກະຊ່ຳເຈົ້າເຫັນຫັ້ນແຫລະ

#ຝາກໄວ້ໃຫ້ຄົນ
#ມັນຢູ່ຂ້າງວັດ

ຊິຖິ້ມພັດເສຍດາຍ ຊິຫຼອມໃໝ່ພັດງາມເດ... ໂອຍ... ເນາະ... ກິນເອງສະບໍ?
28/09/2022

ຊິຖິ້ມພັດເສຍດາຍ ຊິຫຼອມໃໝ່ພັດງາມເດ...

ໂອຍ... ເນາະ... ກິນເອງສະບໍ?

ຊາເປືອກໂກ່ໂກ້ ຫລັງຂົ້ວໂກ່ໂກ້ແລ້ວ ຈະຕ້ອງນຳມາແກະເປືອກອອກເພື່ອເອົາໂກ່ໂກ້ນິບ ແຕ່ເປືອກໂກ່ໂກ້ ທີ່ແກະອອກຍັງມີປະໂຫຍດ ສາມາດນຳມາເຮ...
14/09/2022

ຊາເປືອກໂກ່ໂກ້

ຫລັງຂົ້ວໂກ່ໂກ້ແລ້ວ ຈະຕ້ອງນຳມາແກະເປືອກອອກເພື່ອເອົາໂກ່ໂກ້ນິບ ແຕ່ເປືອກໂກ່ໂກ້ ທີ່ແກະອອກຍັງມີປະໂຫຍດ ສາມາດນຳມາເຮັດ ຊາເປືອກໂກ່ໂກ້.

ຊາເປືອກໂກ່ໂກ້ ຈະມີກິ່ນຫອມຂອງໂກ່ໂກ້ອ່ອນໆ ແລະ ມີລົດສົ້ມເບົາໆ.

ດື່ມແລ້ວຮູ້ສຶກຜ່ອນຄາຍ.

#ຄວາມຮູ້ໂກ່ໂກ້

ຂົ້ວເມັດໂກ່ໂກ້ ເຮັດໄດ້ 3 ແບບ:1 ຂົ້ວດ້ວຍໝໍ້ກະທະ ການຂົ້ວດ້ວຍໝໍ້ກະທະ ເປັນວິທີການຂົ້ວທີ່ງ່າຍທີ່ສຸດ ສາມາດເຮັດໃນຄົວເຮືອນໄດ້ງ່າ...
07/09/2022

ຂົ້ວເມັດໂກ່ໂກ້ ເຮັດໄດ້ 3 ແບບ:

1 ຂົ້ວດ້ວຍໝໍ້ກະທະ

ການຂົ້ວດ້ວຍໝໍ້ກະທະ ເປັນວິທີການຂົ້ວທີ່ງ່າຍທີ່ສຸດ ສາມາດເຮັດໃນຄົວເຮືອນໄດ້ງ່າຍ ແຕ່ຂໍ້ເສຍແມ່ນ ຄວບຄຸມອຸນຫະພູມລຳບາກ ແລະ ກິ່ນຫອມຂອງໂກ່ໂກ້ບາງສ່ວນລະເຫີຍອອກໄປໃນຕອນຂົ້ວ.

2 ອົບດ້ວຍເຕົາອົບ

ການອົບດ້ວຍເຕົາອົບ ເຮັດໄດ້ງ່າຍ ແລະ ຍັງສາມາດຄວບຄຸມອຸນຫະພູມໄດ້ໃນລະດັບໜຶ່ງ ຂໍ້ເສຍ ບໍ່ສາມາດຄົນເມັດໂກ່ໂກ້ໄດ້ ເຮັດໃຫ້ຄວາມສຸກຂອງເມັດບໍ່ທົ່ວເຖິງ ແລະ ທຸກຄັ້ງທີ່ໄຂເຕົາອົບເພື່ອຄົນ ເຮັດໃຫ້ອຸນຫະພູມປ່ຽນແປງກະທັນຫັນ ສົ່ງຜົນຕໍ່ລົດຊາດ.

3 ການຂົ້ວດ້ວຍ ເຄື່ອງຂົ້ວເມັດກາເຟ

ຖືໄດ້ວ່າເປັນການຂົ້ວທີ່ໄດ້ມາດຕະຖານ ແລະ ເປັນທີ່ຍອມຮັບວ່າ ຄວບຄຸມລົດຊາດ, ກິ່ນຫອມ ໄດ້ດີທີ່ສຸດ ຂໍ້ເສຍພຽງຢ່າງດຽວຄື ເຄື່ອງຂົ້ວມັນແພງ.

#ຄວາມຮູ້ໂກ່ໂກ້

05/09/2022

Chocolate Bar is so Easy

" ໂກ່ໂກ້ນິບ " ຊື່ນີ້ອາດບໍ່ຄຸ້ນຫູຫລາຍຄົນ ເຂົ້າໃຈງ່າຍໆ ໂກ່ໂກ້ນິບ ກໍຄືວັດຖຸດິບຕັ້ງຕົ້ນຂອງ ຊ໋ອກໂກ່ແລັດທີ່ຍັງບໍ່ທັນບົດຫຼືແປຮູ...
02/09/2022

" ໂກ່ໂກ້ນິບ " ຊື່ນີ້ອາດບໍ່ຄຸ້ນຫູຫລາຍຄົນ ເຂົ້າໃຈງ່າຍໆ ໂກ່ໂກ້ນິບ ກໍຄືວັດຖຸດິບຕັ້ງຕົ້ນຂອງ ຊ໋ອກໂກ່ແລັດທີ່ຍັງບໍ່ທັນບົດຫຼືແປຮູບໃດໆ ເຮັດໃຫ້ ໂກ່ໂກ້ນິບ ຖືກຍົກໃຫ້ເປັນອາຫານທີ່ມີຄຸນຄ່າທາງໂພສະນາການສູງ.

ໃນໂກ່ໂກ່ນິບ ປະກອບດ້ວຍ ເສັ້ນໄຍອາຫານ, ແຮ່ທາດຕ່າງໆທີ່ມີປະໂຫຍດແກ່ຮ່າງກາຍ, ໄຂມັນບໍ່ອິ່ມໂຕ, ສານຕ້ານອະນຸມູນອິດສະຫລະ ທີ່ຊ່ວຍສະລໍຄວາມແກ່ ແລະ ລົດຄວາມສ່ຽງຂອງກຸ່ມໂລກ ຫົວໃຈ, ຫລອດເລືອດ, ຄວາມດັນ,... ຫລາຍງານວິໄຈ ເຫັນໄດ້ວ່າ ສານຕ້ານອະນຸມູນອິດສະຫລະໃນ ໂກ່ໂກ້ນິບ ມີສູງກວ່າ ຊາ, ວາຍ ແລະ ໂກຈິເບີຣີ.

ເຖິງຢ່າງໃດກໍຕາມ ໂກ່ໂກ້ນິບ ມີລົດຂົມຫລາຍ ເຮັດໃຫ້ຫລາຍຄົນເລືອກທີ່ຈະກິນເປັນ ຊ໋ອກໂກແລັດບາ ເຊິ່ງໃຫ້ຄຸນປະໂຫຍດໃນແບບດຽວກັນ ແຕ່ເນາະນຳບໍ່ຄວນກິນຕົວທີ່ມີນ້ຳຕານສູງ ເພາະນ້ຳຕານຈະພາໃຫ້ຊ໋ອກໂກແລັດທີ່ດີ ຕ້ອງກາຍເປັນອັນຕະລາຍຕໍ່ສຸຂະພາບແທນ.

Cr: Chocolasia.Com
#ຄວາມຮູ້ໂກ່ໂກ້

ໂກ່ໂກ້ນິບ ສາມາດນຳມາແປຮູບເປັນ 3 ແບບຄື:1 ຊ໋ອກໂກແລັດບາໂດຍການນຳເອົາໂກ່ໂກ້ນິບໄປບົດໃຫ້ລະອຽດຈົນໄດ້ ໂກ່ໂກ້ລິຄວິດ ແລະ ນຳໄປຂຶ້ນພິມ...
31/08/2022

ໂກ່ໂກ້ນິບ ສາມາດນຳມາແປຮູບເປັນ 3 ແບບຄື:

1 ຊ໋ອກໂກແລັດບາ
ໂດຍການນຳເອົາໂກ່ໂກ້ນິບໄປບົດໃຫ້ລະອຽດຈົນໄດ້ ໂກ່ໂກ້ລິຄວິດ ແລະ ນຳໄປຂຶ້ນພິມ ຈະໄດ້ຊ໋ອກໂກແລັດບາ.

2. ເນຍໂກ່ໂກ້
ເຮັດໄດ້ 2 ແບບຄື: ຈາກການນຳເອົາໂກ່ໂກ້ນິບ ໄປບີບນ້ຳມັນ ຫລື ດ້ວຍການເອົາໂກ່ໂກ້ລິຄວິດໄປບີບນ້ຳມັນ ຫລັງຈາກນັ້ນນຳໄປກອງ ປ່ອຍໄວ້ໃຫ້ເຢັນຈະໄດ້ ເນຍໂກ່ໂກ້.

3. ຜົງໂກ່ໂກ້
ຜົງໂກ່ໂກ້ ແມ່ນສິ່ງທີ່ເຫລືອຈາກການບີບເອົານ້ຳມັນ.
ຖ້າຜົງໂກ່ໂກ້ທີ່ໄດ້ຈາກຂະບວນການບີບນ້ຳມັນຈາກໂກ່ໂກ້ນິບ ຕ້ອງນຳມາບົດຕື່ມ ແລະ ຮ່ອນເອົາສະເພາະທີ່ລະອຽດເທົ່ານັ້ນ.
ຖ້າໄດ້ຈາກ ຂະບວນການບີບນ້ຳມັນຈາກ ໂກ່ໂກ້ລິຄວິດ ຜົງໂກ່ໂກ້ ຈະລະອຽດດີບໍ່ຕ້ອງບົດ ພຽງແຕ່ຮ່ອນເພື່ອໃຫ້ຜົງລະອຽດຂຶ້ນ.

#ຄວາມຮູ້ໂກ່ໂກ້

29/08/2022

Ice Chocolate at Caclao Chocolate

ພິກັດໜ້າວັດອົງຕື້ເດີ້

On the MOVE cafe&bar

ຄວາມສຳຄັນຂອງການໝັກໂກ່ໂກ້ 1. ໝັກໂກ່ໂກ້ ເພື່ອໃຫ້ຢີສ ຍ່ອຍເມືອກຫວານສີຂາວ ໃຫ້ກາຍເປັນເຫຼົ້າແລະເກີດຄວາມຮ້ອນ ນ້ຳທີ່ໄດ້ຈາກການໝັກ ...
26/08/2022

ຄວາມສຳຄັນຂອງການໝັກໂກ່ໂກ້

1. ໝັກໂກ່ໂກ້ ເພື່ອໃຫ້ຢີສ ຍ່ອຍເມືອກຫວານສີຂາວ ໃຫ້ກາຍເປັນເຫຼົ້າແລະເກີດຄວາມຮ້ອນ ນ້ຳທີ່ໄດ້ຈາກການໝັກ ນ້ຳໝາກໂກ່ໂກ່ (Cacao Juice).

2. ເພື່ອຢຸດການຈະເລີນເຕີບໂຕຂອງເບ້ຍໂກ່ໂກ້ ເມື່ອຂະບວນການໝັກເກີດຂຶ້ນ ຈະບໍ່ມີນ້ຳຕານພຽງພໍໃຫ້ເບ້ຍໂກ່ໂກ້ທີ່ກຳລັງຈະແຕກຮາກ ລວມທັງອຸນຫະພູມທີ່ສູງ ເຮັດໃຫ້ເບ້ຍຕາຍໃນທີ່ສຸດ.

3. ເພື່ອປ່ຽນສີດ້ານໃນແກ່ນໂກ່ໂກ້ ຈາກສີມ້ວງມາເປັນສີນ້ຳຕານ.

4. ເພື່ອໃຫ້ເກີດກິ່ນໂກ່ໂກ້ ໝັກໄດ້ດີ ກິ່ນໂກ່ໂກ່ຈະຍິ່ງຫອມ.

5. ເພື່ອຫຼຸດຄວາມຝາດ ຂອງເມັດໂກ່ໂກ້ລົງ.

#ຄວາມຮູ້ໂກ່ໂກ້

Address

ໜ້າວັດອົງຕື້
Vientiane

Opening Hours

Tuesday 07:00 - 22:00
Wednesday 07:00 - 22:00
Thursday 07:00 - 22:00
Friday 07:00 - 22:00
Saturday 07:00 - 22:00
Sunday 07:00 - 22:00

Telephone

+8562058582833

Website

Alerts

Be the first to know and let us send you an email when Caclao Chocolate Laos posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Restaurant

Send a message to Caclao Chocolate Laos:

Share

Category