11/08/2026
ໃນວັນທີ 10 ສິງຫາ 2026, ຢູ່ທີ່ຫໍປະຊຸມແຫ່ງຊາດ, ຄະນະຜູ້ບໍລິຫານ ກຸ່ມບໍລິສັດ ພົງສະຫວັນ ຈຳກັດ ແລະ ທະນາຄານ ພົງສະຫວັນ ຈຳກັດ ນຳໂດຍ ທ່ານ ນາງ ສະຫວັນພອນ ພົງສະຫວັນ ຄະນະຂາຮຸ້ນ ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ; ທ່ານ ຄຳຫລ້າ ລໍລອນສີ ຮອງປະທານກຸ່ມບໍລິສັດພົງສະຫວັນ ຈຳກັດ - ປະທານມູນນິທິພົງສະຫວັນ; ທ່ານ ນາງ ແສງດາວ ບຸພະກອນຄຳ ຮອງປະທານ ແລະ ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ ພົງສະຫວັນ; ທ່ານ ບຸນຖັນ ວົງສຸລິ, ປະທານສະພາບໍລິຫານ ທະນາຄານ ພົງສະຫວັນ ຈຳກັດ; ທ່ານ ສີວິໄລ ພົມມະຈັກ, ຜູ້ອຳນວຍການໃຫຍ່ ທະນາຄານ ພົງສະຫວັນ ຈຳກັດ ພ້ອມດ້ວຍຄະນະຜູ້ບໍລິຫານ ຈາກບັນດາບໍລິສັດໃນເຄືອ, ໄດ້ເຂົ້າຮ່ວມວາງພວງມາລາ ແລະ ໄວ້ອາໄລ ເພື່ອສະແດງຄວາມເຄົາລົບຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ພະນະທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ແລະ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.
ໃນບັນຍາກາດທີ່ເຕັມໄປດ້ວຍຄວາມໂສກເສົ້າ, ຄະນະຜູ້ບໍລິຫານ ໄດ້ຮ່ວມກັນຢືນໄວ້ອາໄລ ເພື່ອລະນຶກເຖິງຄຸນງາມຄວາມດີແລະ ຜົນງານອັນຍິ່ງໃຫຍ່ ຂອງ ພະນະທ່ານ ໄຊສົມພອນ ພົມວິຫານ ທີ່ມີຕໍ່ປະເທດຊາດ ແລະ ປະຊາຊົນລາວ ຕະຫຼອດໄລຍະການເຄື່ອນໄຫວປະຕິວັດ ແລະ ການປະຕິບັດໜ້າທີ່ວຽກງານ.
ພ້ອມນີ້, ຄະນະຜູ້ບໍລິຫານ ກຸ່ມບໍລິສັດ ພົງສະຫວັນ ຈຳກັດ ແລະ ທະນາຄານ ພົງສະຫວັນ ຈຳກັດ ຍັງໄດ້ ມີຄໍາເຫັນໃນປຶ້ມໄວ້ອາໄລ ເພື່ອສະແດງຄວາມເສຍໃຈຢ່າງສຸດຊຶ້ງ ແລະ ຮ່ວມແບ່ງເບົາຄວາມໂສກເສົ້າກັບຄອບຄົວ, ຍາດຕິພີ່ນ້ອງ ຂອງ ພະນະທ່ານ ໄຊສົມພອນ ພົມວິຫານ ເຊັ່ນດຽວກັນ.